ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດເລື່ອນຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ ໃຫ້ນາຍທະຫານຢູ່ກົມໃຫຍ່ເສນາທິການກອງທັບ


ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບ ເປັນປະທານ

    ວັນທີ 26 ມີນາ 2024 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີປະກາດເລື່ອນຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ ໃຫ້ນາຍທະຫານ, ພາຍໃຕ້
ການເປັນປະທານ ຂອງ ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິ
ການກອງທັບ, ມີບັນດາກົມ, ຫ້ອງການ, ຄະນະພັກ-ຄະນະບັນຊາກົມກອງຮາກຖານທີ່ຂຶ້ນກັບກົມໃຫຍ່ເສນາທິການ ແລະ ນາຍທະຫານ ທີ່ໄດ້
ຮັບການເລື່ອນຊັ້ນເຂົ້າຮ່ວມ.

     ສະຫາຍ ພັນເອກ ເທບພະພອນ ຫອມດີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ
ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ ໃຫ້ນາຍທະຫານ ຂອງບັນດາກົມກອງທີ່ຂຶ້ນກັບ ກົມໃຫຍ່ເສນາທິການກອງທັບ,
ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ( ສະບັບປັບປຸງ ) ໃນພາກທີ II ໝວດທີ 3 ມາດຕາ 22 ແລະ ມາດຕາ 23 ວ່າດ້ວຍການ
ເລື່ອນຊັ້ນນາຍທະຫານ, ອີງຕາມການຄົ້ນຄວ້າ ແລະ ນໍາສະເໜີຂອງກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ຕົກລົງເລື່ອນຊັ້ນ,
ເລື່ອນທຽບຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ ຈໍານວນ 50 ສະຫາຍ.

     ໂອກາດນີ້, ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ກໍໄດ້ມີຄໍາເຫັນໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ບັນດາສະຫາຍສ້າງ
ມາໄດ້ ພ້ອມທັງເນັ້ນໜັກໃຫ້ ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ ຈົ່ງສືບຕໍ່ເອົາໃຈໃສ່ໃນໜ້າທີ່ວຽກງານຂອງຕົນໃຫ້ສູງຂຶ້ນ ຕັ້ງໜ້າຝຶກຝົນຫຼໍ່
ຫຼອມຕົນເອງ ເປັນແບບຢ່າງນໍາໜ້າທຸກໜ້າທີ່ວຽກງານ ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນຫຼັກ ເສີມຂະຫຍາຍແບບແຜນວິທີ
ເຮັດວຽກໃຫ້ມີວິທະຍາສາດ ກ້າວໜ້າທັນສະໄໝ, ຄຽງຄູ່ໄປກັບການປັບປຸງກໍ່ສ້າງກົມກອງ ໃຫ້ມີຄວາມຈະເລີນກ້າວໜ້າຢ່າງຮອບດ້ານ.

ແຫຼ່ງຂ່າວໂດຍ ພຸດທະວອນ
ວັນທີ 28/03/2024